ສະພາບການຂອງໂລກຍັງສືບ
ຕໍ່ຜັນແປໄປຢ່າງສັບສົນ, ການເດີນປະທ້ວງ, ການປະ ທະດ້ວຍກໍາລັງອາວຸດ ການກໍ່ການຮ້າຍທີ່ເກີດຂຶ້ນ ຢູ່ບາງປະເທດໃນໂລກອາດຈະ ສົ່ງຜົນກະທົບເຖິງພາກພື້ນ ແລະ ຈະກະທົບໃສ່ປະເທດພວກເຮົາ ທີ່ມີພື້ນຖານເສດຖະກິດອ່ອນນ້ອຍ - ບອບບາງ ຊຶ່ງເປັນສິ່ງທີ່ຫຼີກລຽງບໍ່ໄດ້.
- ຂະບວນການຫັນເປັນສາກົນ, ການເຂົ້າຮ່ວມເຂດການຄ້າເສລີອາຊຽນ (AFTA), ປະຊາຄົມເສດຖະກິດອາຊຽນ(AEC), ເຂດການຄ້າເສລີອາຊຽນ+ ສປຈີນ, ອົງການການຄ້າໂລກ(WTO) ແລະອົງການສາກົນອື່ນໆຮຽກຮ້ອງໃຫ້ພວກເຮົາຕ້ອງມີການຫັນປ່ຽນຢ່າງ ຕັ້ງໜ້າເພື່ອຍາດແຍ່ງໃຫ້ໄດ້ຜົນປະໂຫຍດສູງສຸດຈາກການເຊື່ອມໂຍງ ເສດຖະກິດສາກົນ, ຕ້ານແລະຮັບມືດ້ານຫຍໍ້ທໍ້ຕ່າງໆຈາກການເຊື່ອມໂຍງ ເປັນຕົ້ນຜົນກະທົບຕໍ່ຄວາມສາມາດໃນການແກ້ງແຍ່ງແຂ່ງຂັນຂອງທຸລະກິດ ພາຍໃນປະເທດ; ຜົນກະທົບຕໍ່ວັດທະນະທໍາ-ສັງຄົມ ທີ່ມີຄວາມສ່ຽງຕໍ່ກຸ່ມບອບບາງກວ່າໝູ່ໂດຍສະເພາະແມ່ຍິງ, ໄວໜຸ່ມແລະເດັກນ້ອຍທີ່ຈະຖືກຕົວະຍົວະຫຼອກລວງໄປເຮັດວຽກຢູ່ຕ່າງປະ ເທດທີ່ຜິດກົດໝາຍ, ຕົກເປັນເຫຍື່ອຈາກການໃຊ້ຄວາມຮຸນແຮງ, ການຄ້າມະນຸດ, ການຂູດຮີດແຮງງານ, ກົດຂີ່ທາງເພດ, ບັນຫາສິ່ງເສບຕິດແລະປະກົດການຫຍໍ້ທໍ້ດ້ານອື່ນໆຕາມມາລວມເຖິງຜົນກະທົບ ຕໍ່ສິ່ງແວດລ້ອມທໍາມະຊາດທີ່ຫຼີກລຽງບໍ່ ໄດ້.
-ການແກ້ງແຍ່ງແຂ່ງຂັນກັນພັດທະນາໂດຍສະເພາະການດຶງດູດການລົງທຶນຂອງ ຕ່າງປະເທດ, ການຄ້າເສລີຢູ່ຂົງເຂດກຸ່ມນີ້ແລະຂົງເຂດກຸ່ມອື່ນໆຂອງໂລກມີລັກສະນະ ຂ້ຽວຂາດແລະຊີງດີ-ຊີງເດັ່ນກັນຫຼາຍຂຶ້ນກວ່າເກົ່າ ເພື່ອຜົນປະໂຫຍດຂອງແຕ່ລະກຸ່ມແລະພັກຝ່າຍໂດຍອີງໃສ່ອໍານາດຕໍ່ລອງ ທີ່ມີ.
-ການປ່ຽນແປງນະໂຍບາຍທາງດ້ານເສດຖະກິດ, ການເມືອງ ຂອງປະເທດມະຫາອໍານາດແລະວິກິດການທາງດ້ານການເງິນ-ເສດຖະກິດ ມັກຈະເກີດຂຶ້ນຍ້ອນຄວາມບໍ່ສົມດຸນຂອງລະບົບການເງິນ-ເສດຖະກິດຂອງໂລກ ໃນແຕ່ລະໄລຍະຊຶ່ງຈະມີຄວາມກົດດັນແລະມີຜົນກະທົບຕໍ່ເສດຖະກິດຂອງປະເທດເຮົາ ເຊັ່ນ: ລາຄານໍ້າມັນ, ຄຸນຄ່າຂອງເງິນສະກຸນຫຼັກໆແຂງຄ່າຂຶ້ນ,ການອຸດໜຸນລາຄາສິນຄ້າທີ່ຜະລິດຢູ່ພາຍ ໃນເພື່ອສົ່ງອອກແລະກໍາແພງທີ່ບໍ່ມີພາສີເຂົ້າ-ອອກຕ່າງໆ ຈະກະທົບຕໍ່ສິນຄ້າແລະລາຍຮັບຂອງປະເທດພວກເຮົາ.
-ການປ່ຽນແປງສະພາບດິນຟ້າອາກາດ ເປັນຕົ້ນ: ອາກາດໂລກຮ້ອນຂຶ້ນ, ລະດັບນໍ້າທະເລສູງຂຶ້ນ, ອາກາດປົນເປື້ອນສານພິດ, ພູເຂົາໄຟລະເບີດ, ໄຟໄໝ້ປ່າ, ໄພນໍ້າຖ້ວມ, ໄພແຫ້ງແລ້ງ, ແຜ່ນດິນໄຫວ,ລົມພາຍຸຮ້າຍແຮງ, ຊືນາມິແລະພະຍາດລະບາດຕ່າງໆ ໄດ້ເກີດຂຶ້ນເລື້ອຍໆຢູ່ຫຼາຍປະເທດໃນໂລກສໍາລັບປະເທດພວກເຮົາຈະເປັນສິ່ງທ້າທາຍແລະອຸປະສັກຕໍ່ການພັດທະນາເສດຖະກິດ-ສັງຄົມໃນຕໍ່ໜ້າ, ຈະມີຄວາມຫຍຸ້ງຍາກທັງເປັນສິ່ງທ້າ ທາຍທີ່ຈະບັນລຸຄາດໝາຍຂອງແຜນການສູ້ຊົນທີ່ໄດ້ກໍານົດໄວ້.