ເຖິງແມ່ນວ່າເປັນແຂວງທີ່ຕັ້ງຂື້ນໃໝ່ກໍຕາມ ແຕ່ມາເບີ່ງແລ້ວ ພົນລະເມືອງບັນດາເຜົ່າໄດ້ຕັ້ງຖີ່ນຖານມາ ແຕ່ສະໄໝບູຮານພຸ້ນຄືກັບບັນດາແຂວງອື່ນໆ ມາຫຼາຍເຊັ່ນຄົນຊົນເຜົ່າໄຕ-ລາວທີ່ຕັ້ງ ອານາຈັກນ່ານເຈົ້າເປັນ ປືກແຜ່ນມາຫຼາຍພັນປີເຄີຍຢູ່ປະປົນກັນຢູ່ນຳຫໍ້, ຫານ, ຈີນ ໃນແຄ້ນຢູນນ່ານ ປະເທດຈີນ ຕັ້ງແຕ່ແຄ້ວນເສສວນ ໄປຮອດແຄ້ວຢູນນ່ານ ນັ້ນໄດ້ເຄື່ອນຍ້າຍລົງມາຕັ້ງຖີ່ນຖານໃໝ່ ທາງພາກເໜືອແລະ ພາກກາງ ຂອງພູມີພາກສຸວັນນະພູມ ໃນສັດຕະວັດທີ 7 ຫາທີ 8 ແລ້ວເຄື່ອນຍ້າຍລົງມາຕາມລ່ອງ ແມ່ນ້ຳຂອງ ແລະ ສາຍພູຫຼວງຮອດດີນແດນເມືອງຄຳເກີດ, ຄຳມ່ວນ ດັ່ງນັ້ນ ການອົບພະຍົບຂອງຊົນເຜົ່າ ສູ່ພາກກາງຂອງລາວ ທີ່ເປັນແຂວງບໍລິຄຳໄຊນີ້ ມີຄວາມພູກພັນຫຼາຍກັບຕຳນານ ແລະ ການສ້າງຕັ້ງເມືອງຊຽງຂວາງສະໄໝບູຮານ ຊົນເຜົ່າໄຕລາວທີ່ອົບພະຍົກລົງມາຢູ່ແຄ້ວນສຸວັນນະພູມຄັ້ງທີ່ສອງຫຼາຍກວ່າໝູ່ ແມ່ນສະໃໝ ຄັ້ງທີ11 ຫາ 13 ສະໃໝທີ່ຈັກກະພັດມົງໂກນລາຊາການຄຸບໄລຂ່ານທີ່ເປັນລານຂອງເຈັງ-ກິດສະຂ່ານ ທຳການບຸກ ລຸກຮຸກຮານຂອງອານາຈັກນ່ານເຈົ້າ ຈົນແຕກສະຫຼາຍ ເຮັດໃຫ້ພວກໄຕລາວ ແລະຊົນເຜົ່າຕ່າງໆແຫ່ງພູມີພາກ ແຕກລົງມາພາກໃຕ້ ແບ່ງອອກເປັນຫຼາຍກຸ່ມຫຼາຍກ້ອນເຊັ່ນ: ໄຕອະຫົມ, ມົ້ງ, ກໍ່, ໄຕເໝີ້ຍ, ໄຕຍໍ້, ໄຕວ້າ, ໄຕສະຫຍາມ, ໄຕມະຫາໄຊ, ຜູ້ໄທ...ໆລໆ

         ໃນສະໃໝນີ້ເປັນສະໄໝທີ່ຊົນເຜົ່າລາວ-ໄຕແຕກແຍກກັນ ໄປຢູ່ຄົນລະທິດລະທາງເຊັ່ນ:ຊົນເຜົ່າໄຕລື້ສ່ວນໃຫ່ຍຢູ່ແຄ້ວນສິບສອງພັນນາ,ຊົນເຜົ່າໄທສານຕັ້ງຢູ່ເຂດໄຕສານພາກຕາເວັນອອກທີ່ຂື້ນກັບປະເທດມຽນມ່າປະຈຸບັນໄຕອະຫົມແຕກໜີໄປແຄ້ວນອະສຳໃນພາກຕາເວັນອອກສຽງເໜືອດີນແດນປະເທດອີນເດຍ ແລ້ວຂື້ນກັບປະເທດອີນເດຍເຖິງປະຈຸບັນ. ຊົນເຜົ່າໄຕໂຖໄດ້ແຕກໜີໄປຢູ່ພາກຕາເວັນ ອອກ ກ້ຳເໜືອ ຂອງປະເທດຫວຽດນາມນອກຈາກນັ້ນແລ້ວໄດ້ຫຼັ່ງໄຫຼລົງມາທາງພາກເໜືອຂອງລາວ ແລະ  ປະເທດ ໄທ ປະ ຈຸບັນ

ໃນເວລາທີ່ຊົນເຜົ່າໄຕ-ລາວ ບໍ່ທັນຮອດພາກເໜືອຂອງລາວນັ້ນ ຊົນເຜົ່າກຶມມຸ ໄດ້ປົກຄອງແຂວງບໍລິຄຳໄຊ ຂື້ນໄປຮອດ ແຂວງຫຼວງນ້ຳທາຜູ້ນຳຊາວກຶມມຸຄາວນັ້ນ ໄດ້ແກ່ທ້າວຍີ່ໃຫຍ່ ມາປຽ່ນຊື່ມາເປັນ ທ້າວຮຸ່ງເມື່ອມີອິດຕີພົນປົກຄອງຊາວກືມມຸແລ້ວຈືງໄດ້ປຽນຊື່ ມາເປັນ ທ້າວເຈືຶອງ

-ອີງຕາມຕຳນານການສ້າງຕັ້ງເມື່ອພວນກ່າວໄວ້ວ່າ: ທ້າວເຈືຶອງ ຜູ້ນີ້ເກີດຢູ່ພູຍວນ (ພາກເໜືອ

ຂອງຊຽງຂວາງ)ເປັນລູກຂອງ ທ້າວວາມົດແລະນາງອີແກ້ວມີອ້າຍຜູ້ໜື່ງຊື່ວ່າ ທ້າວບາກວາ, ທ້າວຍີ່, ທ້າວຮຸ່ງ ຫຼື ທ້າວເຈືອງຜູ້ນີ້ເປັນຄົນສະຫຼາດຫຼັກແຫຼມຮູ້ຈັກຂູດເອົາເຫຼັກຢູ່ພູຍວນ ອອກມາສ້າງອາວຸດ ເພື່ອຝຶກແອບທະຫານ ແລະແຕ່ງຕັ້ງລູກນ້ອງຂອງຕົນເປັນນາຍທະຫານ ຄື: ໄຫ້ທ້າວບາກວາໄຫ້ຮັກສາຂອບເຂດຊຽງຂວາງທ້າວບາກອງ, ທ້າວ ບາທອງ, ທ້າວ ບາກຳ, ໄຫ້ຮັກສາທອງຖີ່ນຕ່າງໆ ຂື້ນໃປຮອດແຂວງຫຼວງນ້ຳທາ, ທ້າວບາກອງ ແລະ ທ້າວແອງກາໃຫ້ໃປນຳທ້າວເຈືອງ ເພືອຄຸມຄອງທະຫານລົງມາປາກຊັນ ໃປຕີເອົາເມືອງເງິນຍາງ(ເມືອງຊຽງແສນ ປະເທດໄທປະຈຸບັນ) ແລະ ຕີຂື້ນໃປຮອດເມືອງພະເຍົາ. ຕີມາຮອດນີ້ທ້າວຮຸ່ງໄດ້ພົບກັບ ນາງງ້ອມ ແລ້ວໃດ້ເອົານາງມາເປັນມະເຫສີແລ້ວຈື່ງພາກັນກັບມາເມືອງກັດ ເມືອງໂພນສະຫວັນປະຈຸບັນ ໂດຍປະໃຫ້ນາຍທະຫານຜູ້ສຳຄັນ ປົກຄອງດີນແດນເມືອງເງີນຍາງ ແລະ ເມືອງພະເຍົາທີຕົນຕີໄດ້ແລ້ວພ້ອມທັງສືບຕໍ່ປ້ອງກັນດີນແດນ ຂອງຕົນທີ່ຖືກຮູກຮານ ຈາກອີດທີກຳລັງມາລັງພາກເໜືອເປັນເນືອງນີດ. ທ້າວເຈືອງ ໄດ້ຍົກທັບອອກມາໄປສຸ້ຮົບກັບພວກລາວມາຈາກເມີ່ອແຖນ ຫຼື ເມືອງກາຫຼົວ ເພີ່ອຈະຫຍາຍດີນແດນ ແຕ່ຖືກຂຸນລໍຟັນຕາຍຄາສະໜາມຮົບ. ເມື່ອຮູ້ຂ່າວວ່າທ້າວເຈືອງເສຍຊີວີດແລ້ວ ທ້າວບາກວາທ້າວແອງກາ ແລະ ລູກນ້ອງຜູ້ອີ່ນໆ ໄດ້ເຂົາລະຫວາມີພັກຕໍ່ກອງທັບທ້າວຂູນລໍ.ໄຊຊະນະຂອງທ້າວຂຸນລໍ ຜູ້ນຳໄຕລາວເທີ່ອນີ້ ໄດ້ສ້າງເງືອນໄຂໃຫ້ຊົນເຜົ່າໄຕຖອນແລ້ວເຄື່ອນຍ້າຍ ຈາກອານາຈັກນານເຈົ້າ ນະຄອນກາຫຼົງ ແລະ ເມືອງແຖງ (ເມືອງແຖນ)ແລ້ວລົງມາຕັ້ງພູມລຳເນົາ ຢູ່ໃນດີນແດນສອງຟັງແມ່ນ້ຳຂອງ.ເມື່ອທ້າວຂູນລໍມາຕີເອົາເມືອງຊວາໄດ້ແລ້ວ ຈຶ່ງຕັ້ງເມືອງນີ້ເປັນລາຊະນີ ແລະສະຖາປານາຊື່ໃໝ່ວ່າເມືອງຊຽງດົງ - ຊຽງທອງກາຍມາເປັນເມືອງຫຼວງພະບາງມາຮອດປະຈຸບັນ. ຈາກນັ້ນ, ຂະຫຍາຍອານາເຂດຂວ້າມໄປຮອດດິນແດນຂອງໄຕຍວນ ລະວ້າ ແລະ ໄຕສະຫຍາມຢຶດເອົາໄດ້ຕັ້ງແຕ່ຫຼວງພະບາງຂື້ນຮອດຜົ້ງສາລີທາງພາກເໜືອ ແລະລົງມາຮອດວຽງຈັນທາງພາກໃຕ້ ພ້ອມພາກສ່ວນໜື່ງຂອງແຂວງບໍລິຄຳໄຊຕອນເໜືອ.ຊົນເຜົ່າໄຕພວນ ໃຕ້ການບັນຊາຂອງຂຸນເຈືອງ ເຊິ່ງເປັນພະອະນຸຊາ ຂອງຂຸນລໍໄດ້ຕົກລົງກັບຂຸນລໍ ພະເຊດຖາ ຍົກຍ້າຍເອົາໄພ່ພົນຂອງຕົນມາຕັ້ງຢູ່ເມືອງພວນ.ກ່ອນຈະມາຂຸນເຈືອງ ແລະ ຂຸນລໍ ສອງອ້າຍນ້ອງ ໄດ້ມີພິທີສ່ຽງທວາຍບ່ອນຕັ້ງເມືອງໂດຍນຳເອົາຊ້າງສີ່ໂຕ ຊ້າງພາຍສອງໂຕ, ຊ້າງພັງສອງໂຕ ທຳພິທີບະວານແລ້ວສົ່ງຊ້າງທັງສີ່ເດີນທາງມາກັບຄະນະສ່ຽງທວາຍນັ້ນຖ້າບ່ອນຕັ້ງເມື່ອງບ່ອນໃດຈະດີ ຂໍໃຫ້ສີ່ງສັກສີດມາດົນບັນດານໃຫ້ຊ້າງນອນລົງເມື່ອເດີນທາງມາຫຼາຍສີບວັນຈື່ງມາຮອດເມືອງຊຽງຂວາງ (ເມືອງຄູນປະຈຸບັນ)ຊ້າງພາຍສອງໂຕ ກໍ່ໄດ້ນອນຂວາງລົງແຄມນ້ຳງີ້ວ ແລ້ວຈື່ງຕົກລົງເອົາບ່ອນນັ້ນເປັນຫົວເມືອງ. ສ່ວນຊ້າງພັງສອງໂຕ ຍັງກຳລັງເດີນທາງມາຮອດແຄມນ້ຳກັ້ງແລ້ວຈື່ງຕົກລົງເອົາບ່ອນນັ້ນເປັນຫາງເມືອງ. ຈາກນັ້ນຜູ້ນຳຊ້າງມາກໍ່ໄດ້ກັບຄືນມາໄປບັງຄົມເຄນ ທ້າວ ຂຸນລໍ ແລະ ທ້າວ ຂຸນເຈືອງ.ທັງສອງອ້າຍນ້ອງມີຄວາມຍີນດີ ຈື່ງໄສ່ຊື່ເມືອງນັ້ນວ່າ ເມືອງຊ້າງຂວາງທຳພີທີສະຫຼອງການສ້າງຕັ້ງເມືອງໃໝ່ ຢູ່ຫັ້ນເຖີງສາມເດືອນ ທີ່ທົ່ງນາສາວມານ.ເມື່ອສະຫຼອງໄຊເປັນທີ່ຮຽບຮ້ອຍແລ້ວ ທ້າວຂຸນເຈືອງຈື່ງສະຖາປານາຕົນຂື້ນເປັນກະສັດເມືອງພວນ ແລະ ຕັ້ງນາມມະຍົດຕົນເອງໄໝ່ວ່າຂຸນເຈັດເຈືອງ ແລ້ວປ່ຽນຊື່ເມືອງຊ້ຽງຂວາງ ມາເປັນເມືອງຊຽງຂວາງເທົ່າຮອດປະຈຸບັນ.

ເປັນອັນສັງເກດໃດ້ວ່າຊົນເຜົ່າລາວວ່າ-ໄຕ ບໍ່ວ່າ ໄຕລາວໄຕແຖນ ຫຼື ໄຕແຖງ ສີສອງເຈົ້າໄຕ ໄຕພວນ, ໄຕຫົວພັັນທັງຫ້າ ທັງຫົກ (ໄຕແດງ, ໄຕຂາວ)​ ທີ່ມາຕັ້ງພູມລໍາເນົາ ເປັນປຶກແຜນພາກຕາເວັນອອກສຽງເໜືອ ຂອງອານາຈັກລ້ານຊ້າງໃນເມືອກອນ ແລະພນແຂວງບໍລິຄຳໄຊປະຈຸບັນ ລ້ວນແຕ່ເປັນເຊື້ອຊາດໄຕລາວດ້ວຍກັນມານານເຖີງ1.200ປີກ່ວາມາແລ້ວໂດຍປະມານ

ພາຍໃນແຂວງບໍລິຄຳໄຊນີ້ຮວມມີ 22 ເຜົ່າ

1. ເຜົ່າລາວ         2.ເຜົ່າໄຕ         3.ເຜົ່າມົ້ງ         4. ເຜົ່າກຶ່ມມຸ

5.ເຜົ່າຜ້ອງ         6.ເຜົ່າຕູມ      7.ເຜົ່າໄຕເໜືອ  8. ເຜົ່າພູໄທ

9.ເຜົ່າກະຕາງ     10.ເຜົ່າແຊກ       11.ເຜົ່າລື້           12. ເຜົ່າຍວນ

13.ເຜົ່າຜູ້ນອຍ      14.ເຜົ່າມາກອງ    15.ເຜົ່າແຢະ       16. ເຜົ່າຕະໂອຍ

17.ເຜົ່າສາມຕ່າວ   18.ເຜົ່າຊ້ອຍ        19.ເຜົ່າຢຣຸ        20. ເຜົ່າອາຄ່າ

21.ເຜົ່າຊີງມູນ        22.ເຜົ່າກຣີ

ໄຕເມີ້ຍ ຫຼື ເໝື້ອຍ

ບັນດາຊົນເຜົ່າພາຍໃນແຂວງໃນເມື່ອກ່ອນຍັງດຳລົງຊີວິດແບບກະແຈກກະຈາຍ, ການທຳມາຫາກິນ ຂື້ນກັບທຳມະຊາດ, ຕ່າງຟ່າຍຕ່າງຢູ່ຕາມທ້ອງຖິ່ນດິນນາຫາກິນພໍໃຜພໍລາວພຽງແຕ່ນັບຖືຜູ້ເປັນເຈົ້າກົກເຈົ້າ ເຫຼົ່າເປັນຜູ້ນຳພາກ່ອນບໍ່ທັນຕັ້ງເປັນແຂວງບໍລິຄຳໄຊນັ້ນ, ເມືອງປາກຊັນ, ເມືອງທ່າພະບາດ, ເມືອງບໍລິຄັນ ຂື້ນກັບແຂວງວຽງຈັນ. ເມືອງຄຳເກີດ, ເມືອງວຽງທອງ ແລະເມືອງປາກກະດິງ ຂື້ນກິບແຂວງຄຳມ່ວນ. ຄວາມເຊື່ອຖືໃນສາສະໜາຮີດຄອງປະເພນີດັ້ງເດີມຂອງປະຊາຊົນບັນດາເຜົ່າໄດ້ປະຕິບັດຕາມແນວທາງຂອງພັກ ຕາມກົດໝາຍລັດຖະທຳມະນູນວາງອອກໃນມາດຕາ..... ທີ່ບົ່ງໄວ້ວ່າ:ປະຊາຊົນລາວທຸກຄົນມີສິດເຊື່ອຖື ແລະ ບໍ່ເຊື່ອຖືສາສະໜາ. ດັ່ງນັ້ນໃນ 37 ຊົນເຜົ່າຂອງແຂວງ ການເຊື່ອຖືໃນສາສະໜາ ແລະ ຮີດຄອງປະເພນີຮ່ວມກັນ ແລະມີອັນຄ້າຍຄືກັນ ເປັນຕົ້ນສາສະໜາພຸດ, ສາສະໜາກາໂຕລິກ ແລະ ເຊື່ອຖືຜີ, ເຊີ່ງຈະສະເໜີຮີດຄອງປະເພນີຂອງບາງເຜົ່າດັ່ງນີ້:

ຕາມຕຳນານປາກເປົ່າຂອງໄຕເມີ້ຍກ່າວຕໍ່ກັນມາວ່າໄດ້ຍ້າຍມາຈາກເມືອງມ້ວຍ ແລະ ເມືອງໝ້ວຍ ພາກໃຕ້ສຸດຂອງອານາຈັນສິບສອງຈຸໄທໃນກູ່ມເມືອງສິບສອງເຈົ້າໄຕ ໃນໄລຍະລາຊະວົງແກວຈິ ເຮືອງອຳນາດປະມານ 111 ປີກ່ອນຄ.ສ ຈົນຮອດ ຄ.ສ 999 ສັນນິຖານວ່າ ອານາຈັກສີບສອງຈຸໄຕ ເຄີຍເປັນຕູສື (TuSu) ທີປືກສາຕົວແທນຫົວໜ້າເເຕ່ລະເຜົ່າໃນການປົກຄອງດັ່ງກ່າວ.ໄຕເມິ້ຍມີສິ່ງທີ່ໂດດເດັ່ນຄື: ການນຸ່ງຜູ້ຍິງເປັນເອກະລັກໂດຍສະເພະສັນຍາລັກສາຍແອ້ງ (ສາຍແອວຝ້າຍ)ເຊິ່ງປະກົດກ່າວໄວ້ໃນພື້ນທ້າວຮຸ່ງ-ທ້າວເຈືອງວ່າ: ເສື້ອງວງກູດ 1 ໃນ10ກວ່າແບບສະບັບເສື້ອ ໃນລາວແມ່ນມີເສື້ອຜູ້ຍິງໄຕເມີ້ຍຮ່ວມຢູ່ນຳນູ່ງເສື້ອສັ້ນ ແລະ ຊີ້ນຍາວຫັດເອິກອັນພາໃຫ້ໄດ້ຊື່ເວົ້າຫຼີ້ນໆວ່າ”ຊີ້ນເຫຼືອເສື້ອບໍ່ພໍ“ ເປັນແບບສະບັບໜື່ງຂອງອາພອນເພດຊົງຍິງໃນລາວ.ເອກະລັກໜື່ງກໍ່ແມ່ນການມ່ວນຊື່ນ ເຕັ້ນສາກ ຟ້ອນສາກ ຫຼື ຟ້ອນແຊທີ່ດົນຕີລາວເດີມເອີ້ນວ່າ: “ລາວກະທົບໄມ້” ເຖີງວ່າການເຕັ້ນສາກເປັນເອກະລັກລວມຂອງພາກພື້ນຕາເວັນອອກສຽງໃຕ້ ມີຢູ່ໃນບັນດາເຜົ່າຮາຢີ່ (ກໍ່)  ຢູນນ່ານຢູ່ລາວເກືອບວ່າຍັງສືບທອດໃນທຸກເຜົ່າໄຕ (ໄຕດຳ, ໄຕແດງ, ໄຕເມີ້ຍ, ໄຕຫວັດ/ຫວາດ, ໄຕແມນ, ໄຕປາວ...) ອັນໜື່ງກໍ່ແມ່ນສິລະປະປ້ອງກັນຕົວຟ້ອນເຈືອງເມີ້ຍຄ້າຍໆຟ້ອນເຈືອງລື້ (12ແມ່) ມີລັກສະນະຄ້າຍ ຄືກັງຟູ (ຈີນ)ອັນຖືວ່າເປັນມໍລະດົກສີລະປະໜື່ງອີກໃນບັນດາມໍລະດົກສີລະທັງຫຼາຍ.ໃນລະບົບຄວາມເຊື່ອກໍ່ມີຜີເມືອງ ໂດຍມີລັກເມືອງໃນບ້ານ ແລະຜີເຮືອນເຊີ່ງເປັນຜີບັນພະບູລູດ (ຜູ້ພາມາຕັ້ງບ້ານ) ໝໍຈ້ຳດ້ຳ, ຜີເມືອງອາດສີ່ງທີ່ໂດດເດັ່ນໃນເຂດ (ພູ-ປ່າໄມ້-ລຳນ້ຳ) ດັ່ງເຈົ້າຟ້າແສດ(ນາກາຍໃຕ້) ເຈົ້າພູຍວນ (ບ້ານດອນ) ຫຼື ຈາກຊື່ເຈົ້າຈ້ຳຕ່າງໆ(ດັ່ງທີ່ເຂດນາກາຍໃຕ້ ແລະ ເໜີອ )ແລະ ເຂດໄຕເມີ້ຍ (ເມືອງຄຳເກີດ).ຟອນມ້ອຍ ຫຼືໜ້ອຍມີລັກສະນະ ( ຟ້ອນເຈີງໄຕເມີ້ຍ ) ຄ້າຍກັບມວຍລື້ສະທ້ອນເຖິ່ງການລົງມາຈາກພາກເໜືອ ເຊິ່ງເມືອງໝ້ວຍອາດເປັນພຽງທາງຜ່ານກໍ່ເປັນໄປໄດ້.

·         ໄຕແມນ

ໄຕແມນໄດ້ຕັ່ງຖີ່ນຖານເປັນຫຼັກແຫຼ່ງໃນເຂດແຄ້ວນ ພາກໄຕ້ຂອງແຄ້ວນກວາງສີ ແລະ ສຽງໄຕ້ແຄວ້ນຢູນນານປະຈຸບັນ, ເຊີ່ງໃນເວລານັ້ນ ເອີ້ນວ່າອານາຈັກໜອງເເສ ຫຼື ນານເຈົ້າມາແຕ່ສະໃໝ່ຂຸ່ນບູລົມ ແລ້ວລົງມາຕັ້ງເມືອງນານນ້ອຍ-ອ້ອຍໜູ ເປັນລາຊາທານີດົນເຖີງ1.200ກວ່າປີ

ກະສັດໄຕລາວ(ແມ່ນ) ເຜົ່ານີ້ ແມ່ນທ້າວ ລົກກົມລູກຊາຍຜູ້ທີຫົກຂອງຂຸ່ນບູລົມໄດ້ສ້າງເມືອງຄຳ, ເກີດຄຳມ່ວນ ຮ່ວມກັບຊົນເຜົ່າເດີມຄື:ເຜົ່າກຶມມຸ, ເຜົ່າພ້ອງ, ຕຸມ ຢູ່ຮ່ວມກັນ ແລະ ເປັນວົງສາຄະນະຍາດຊາດລາວລ້ານຊ້າງດ້ວຍຄວາມປອງດອງສະເໝີມາ ເຖີງປະຈຸບັນ. (ເບີ່ງປະຫວັດເມືອງຄຳເກີດ, ຄຳມ່ວນທີ່ໄດ້ກ່າວມາເບື່ອງຕົນ).

ໄຕແມ່ນເປັນເຜົ່າໜື່ງຂອງເຜົ່າໄຕກຸ່ມຂອງພາສາລາວໄຕ ໃນບັນຊີສຳຫຼວດຜົນລະເມືອງ 1985 ແຕ່ຈຳນວນຕົວເລກທາງສຳມະໂນ ກໍ່ຍັງບໍ່ທັນຮູ້ໄດ້ແນ່ນອນເນື່ອງຈາກນັບປະປົນໂຮມກັໄຕອື່ນໆ ຄົງຈະບໍ່ມີຈຳນວນຫຼາຍແຕ່ເປັນບັນຫາທີ່ຄວນຕັ້ງຂື້ນ ເນື່ອງຈາກຕຳນານຂຸນບູລົມ ຕອນເຈົ້າຟ້າງຸ່ມກວດກາຈຳນວນພົນ ໃນກອງທັບຈະເຫັນວ່າ ເເກວ (ແກວແມນ) ມີຈຳນວນ 1 ແສນຄົນເພາະລັກສະນະເດັ່ນ ຂອງໄຕແມນ ໃນດ້ານພາສາ ແລະ ຕົວໜັງສືເຊິ່ງສະທ້ອນເຖິງທີ່ມາຂອງເຜົ່າ ກໍ່ຄືຕົວໜັງສືທີ່ ແຂວງເຫ້ງອານເອີ້ນວ່າ:ໂຕກຸຍເຈົ້າ ເນື່ອງຈາກເອົາຕາມຊື່ ຂອງເຂດເມືອງກູຍເຈົາ”GuiZhau” ມາເປັນຊື່ແຕ່ນັກວິຊາການຝະລັ່ງ ສາດສະດາຈານລຸຍ ຟີໂນ (LouiFIOT)(1917) ໃຫ້ຊື່”ຕົົວໜັງສືໄຕລຽບນ້ຳ”ໃຊ້ພະຍັນຊະນະຈາກອິນເດຍ ແຕ່ຂຽນແບບຈີນ ຄືແຕ່ເທິງລົງລຸ່ມແລະ ຊ້າຍຫາຂວາ, ວັນນະຄະດີຂອງໄຕແມນ ກໍ່ຂຽນດ້ວຍຕົວໜັງສືດັ່ງກ່າວ. ມີເລື່ອງສີທົນມະໂນລາ ເຊີ່ງກໍ່ເປັນຫົວເລື່ອງຈາກອິນເດຍເໝືອນກັນແຕ່ເລື່ອງນີ້ຜັນຂະຫຍາຍຢູ່ລ້ອງນ້ຳອູໂດຍສະເພາະ ທີ່ຜົ້ງສາລີຄົນທ້ອງຖີ່ນນັ້ນຖືວ່າພູຟ້າເປັນບ່ອນລົງມາ ຂອງນາງຟ້າ ແລະ ມີສິລະປະເວທີໃນປີໃໝ່ ຊື່ວ່າ:“ຟ້ອນນົກ ຫຼື ຟ້ອນມະໂນລາ” ແລະ ຄ້າຍໆ ກັບຟ້ອນນາງແກ້ວທີ່ຫຼວງພະບາງ

ໄຕແມນເປັນທີ່ຮູ້ຈັກວ່າ ຕິດພັນກັບຟ້າກັບແຖນ ດັ່ງເມືອງແມນ ໝາຍເຖິງເມືອງຟ້າດັ່ງໃນບົດວັນນະຄະດີ ເລື່ອງ ທ້າວກາລະເກດກ່າວໄວ້ດັ້ງນີ້:“ຂອບເມື່ອຟ້າສະໜັ່ນນ້າວ ເຕີນລູກເມືອແມນພຸ້ນເຍີ ”

ໄຕແມນຍັງມີຊື່ລືຊາປະກົດໃນດ້ານປູກຝັງ ດັ່ງຄຳສູດຂັວນຜູ່ໄທ-ໄທໂຢ້ຍ ບ້ານຂອນແກ່ນເຂດພູ ພຽງນາກາຍວ່າ :

“ຂໍໃຫ້ໄດ້ນາກວ້າງຄືທົ່ງນາແມນ ໄດ້ພົນແພນຄືແສນຫວີຟ້າ ”

ໄຕແມນມີໍື່ສຽງທາງດ້ານການຄ້າຂາຍມາຕ່ດົນນານແລ້ວ ດັ່ງສະແດງອອກມາໃນຄຳສູ່ຂັວນ ແລະ ຄາຖານາງກວັກ (ເປັນຍັນ) ທີ່ພົບເຫັນຢູ່ທົ່ງພຽງວຽງຈັນກ່າວໄວ້ວ່າ

“ໂອມພວກພໍ່ຄ້າ ພາໄປເຖີງເມືອງແມນ ໄດ້ຄ້າສາລະພັດ”

ການມ່ວນຊື່ນຂອງໄຕແມນກໍ່ຄືການເຕັ້ນສາກ-ເຕັ້ນແຊ ທີ່ດົນຕີລາວເດີມເອີ້ນວ່າ: “ລາວກະທົບໄມ້” ທີ່ຫວຽດນາມ (ແຂວງເຫງ້ອານ) ຈະມີຊື່ວ່າໄຕໂຢ້ຍ ແລະມີປະເພນີຈູດຊາກສົບຄົນຕາຍສະເພາະເພດຊາຍ, ໃນພື້ນ ທ້າວ ຮຸ່ງ ທ້າວ ເຈືອງຍັງເອີ້ນໄຕແມນວ່າ “ແກວແມນ” ແລະ ເປັນຄຳກອນວິຊຸມາລີ ກ່າວໄວ້ວ່າດັ່ງນີ້:

“ບາຍີ່ໄດ້ແມນປີກຕັດຄໍ

ຊາວໜອງແສພິກໜີວາງດ້າງ”

ຄໍາວ່າ“ແມນ” ຍັງຕິດພັນກັບຟ້າກັບແຖນໂດຍສະເພາະ ໃຫ້ຊື່ເຍາະເຍີ້ຍວ່າ “ເມືອງແມນຕາທອກຂອກຟ້າຕາຢືນ” ຫຼື“ເມືອງແມນຫຼວງ”ອັນໝາຍເຖີງອານາຈັກນ່ານເຈົ້າທີ່ແຄ້ວນຢູນນ່ານຂອງຈີນໃນສະຕະວັດທີ່ 8 ຫາທີ່ 13 ນັ້ນເອງ

ໄຕແຖງ

ສິ່ງທີ່ໂດດເດັ່ນຂອງເຜົ່າຄື:ການນຸ່ງຖືຄ້າຍໄຕເໜືອ ເຊິ່ງຕາມຄວາມ ເລົ່າລືເຜົ່ານີ້ໄດ້ລົງມາເຂດຄຳເກີດເມື່ອ150 ປີກ່ອນ. ນອກນີ້ສິ່ງທີ່ເດັ່ນກໍ່ຄື ຈາກການສຳຫຼວດເຫັນວ່າຊື່ໄຕແຖງກໍ່ຍ້ອນວ່າມາຈາກ ເຂດເມືອງແທ່ງຮວ້າ.

 ກ່ອນຈະມາຢູ່ແທ່ງຮວ້າ ເຜົ່າໄຕແດງ ທີ່ປາກົດມີສ່ວນທີ່ຕິດພັນກັບຊື່ແຖນ ຫຼື ຖຽນຢູ່ແຄ້ວນຢູນນ່ານມາກ່ອນ ເຊິ່ງຍັງມີຮ່ອງຮອຍເມືອງແຖງ ຫຼື ຖຽນ ຢູ່ເຂດເມືອງຂຸນມິ່ງ ບໍລິເວນທະເລສາບ ດຽນສື່ (DianShu) ມາແລ້ວ.

ຕາມປະຫວັດອານາຈັກຖຽນເມືອງຂຸນມິ່ງ ກໍ່ຍ້າຍມາຈາກອານາຈັກຖຽນເກົ່າ ທີ່ທະເລສາບ ໜອງແສຢູ່ເຂດແມ່ນ້ຳລ້ານຊ້າງຕອນເໜືອ (ແມ່ນ້ຳຂອງ) ມີຊື່ວ່າ: ເມືອງມົງເຊ (Montse) ໃນຂົງເຂດຢູນນ່ານຕາ ເວັນຕົກ. ດັ່ງນັ້ນ, ເມືອງແຖນຖຽນ ຫຼື ແຖງ ໃນເບື້ອງຕົ້ນອາດເປັນຊື່ຫົວໜ້າສູງສຸດ ທຽບ (ເຈົ້າຟ້າ) ທີ່ຄອງແຄ້ວນໄຕລາວແຄ້ວນຕ່າງໆໃນສະໄໝຕໍ່ກັນມາ ໃນເຂດອານາຈັກຖຽນເຢ້ວ “Tian Yue” ຫຼື ໜອງແສຕັ້ງຢູ່ລະຫວ່າງແມ່ນ້ຳລ້ານຊ້າງ ຕອນເໜືອ ແລ້ວຍ້າຍມາຕັ້ງຢູ່ເຂດທະເລສາບຕາເວັນອອກທີ່ ຊື່ວ່າ ຖຽນສື ເຂດເມືອງຄຸນມິງປະຈຸບັນ.

         ພວເຂົາເຈົ້າແມ່ນໜື່ງໃນສິບສອງຈຸໄຕ ໃນຕະກຸນລາວ-ໄຕ (ລາວ, ພວນ, ລື້, ຢັ້ງ, ແຊກ, ຜຸ້ໄທ...)ຈຶ່ງອົບພະຍົບເຂົ້າສູ່ອານາຈັກວັນລາງ ຫຼື ເອົ່າ - ຫາກແລ້ວມາສ້າງຕັ້ງ ອານາຈັກຂື້ນເອີ້ນວ່າ: ອານາຈັກ ແຖນໝີ “ເມືອງແຖງ”(ດຽນບຽນຟູ) ແລະ ພາຍລຸນມາ ຈຶ່ງເຄື່ອນຍ້າຍເຂົ້າສູ່ອານາຈັກລາວລ້ານຊ້າງ ອັນມີຂຸນລໍ ເປັນປະຖົມກະສັດ ແຫ່ງລາສະອານາຈັກທີ່ເມືອງຊຽງດົງ -ຊຽງທອງເປັນລາສະທານີ ແລະ ໄດ້ຕັ້ງ ຖິ່ນຖານຢູ່ແຂວງຫົວພັນໃນປະຈຸບັນຢູ່ທີ່ນີ້ເປັນເວລາ300-400 ປີ, ສ່ວນໜຶ່ງສຶບຕໍ່ເຄື່ອນຍ້າຍລົງມາສູ່ພາກກາງຂອງລາວ ໂດຍສະເພາະການ ເຄື່ອນຍ້າຍເຂົ້າສູ່ເມຶອງຄຳເກີດ “ຫຼັກຊາວ”ແຂວງບໍລິຄຳໄຊ.

ຕາມຄວາມເປັນຈິງແລ້ວ ພວກເຂົາເຈົ້າລ້ວນແຕ່ແມ່ນ ຊົນເຜົ່າໄຕ ທີ່ເຄື່ອນຍ້າຍລົງມາຈາກພາກໃຕ້ ຂອງຈີນເຂົ້າສູ່ດິນແດນຫວຽດນາມ ໃນອາດີດ ເຊິ່ງການເດີນທາງເວລານັ້ນອາໃສສາຍນ້ຳເປັນຫຼັກເຊັ່ນວ່າ: ພວກໄຕແຖງ ໄດ້ແຕກກິ່ງອອກຄື: ລ່ອງລົງມາຕາມສາຍນ້ຳເທົາ ກໍ່ວ່າໄຕເມົາ ພວກທີ່ລ່ອງລົງຕາມນ້ຳດຳ ກໍ່ວ່າໄຕດຳ ໂດຍຖືເອົາຊື່ສາຍນ້ຳເປັນຊື່ຂອງເຜົ່າຕົນ.

ຈາກການເລົ່າເປັນຕຳນານຂອງຜູ້ສູງອາຍຸວ່າ: ກ່ອນເຊົາເຜົ່າໄຕແຖງ ຈະໄດ້ມາຢູ່ເຂດນີ້ມີນາຍພານຜູ້ໜື່ງຊື່ວ່າ: ໝໍພານຕຸ້ຍ ໄດ້ທ່ຽວຫາຍິງ ແລະ ລ່າສັດເປັນປະຈຳ ເວລານັ້ນ ແຖບນີ້ຍັງເປັນປ່າຊ້າງດົງເສືອ, ເຂດຜີບໍ່ທ່ອງຄົນບໍ່ທຽວ ມີປຸ່ງນ້ຳຮ້ອນເປັນທີ່ຕ້ອງການສຳລັບສັດນາໆຊະນິດ ແລະ ເປັນເຂດຊຸກຊຸມຂອງສັດໃຫ່ຍຫາຍາກເຊັ່ນ: ແຮດ, ຊ້າງ, ກະທິງ, ງົວປ່າ, ເມີຍ, ເສືອ, ກວາງ, ໝີ, ເໝືອຍ... ຫຼັງຈາກ ທີ່ໝໍພານຕຸ້ຍ ກັບຄືນຖິ່ນເດີມ “ແຖບເມືອງຊຳ ແຂວງຫົວພັນໃນປະຈຸບັນ” ຫຼາຍປີຕໍ່ມາຈຶ່ງມີເຜົ່າໄຕ ຈຳນວນໜຶ່ງ ເຄື່ອນຍ້ານລົງມາສ້າງຢູ່ທຳກິນໃນເຂດນີ້ ເບື້ອງຕົ້ນມີ 12 ຄອບຄົວ ຫົວໜ້າກຸ່ມຊື່ວ່າ: ພະສາ ທິເປັນຫົວໜ້າເຜົ່າໄຕແຖງ ມີບົດບາດອຳນາດສູງໃນສັງຄົມ. ການມາຕັ້ງຖິ່ນຖານໃໝ່ ຢູ່ເຂດເມືອງຄຳເກີດ ໃນເບື້ອງຕົ້ນແມ່ນຕັ້ງຢູ່ເຂດ ໜອງອໍ້-ນາແປ.

ເມືື່ອປະມານປີ ຄ.ສ 1810 ເຊື່ອກັນວ່າກ່ອນໜ້າໄຕແຖງເຂົ້າມາອາໃສ ຢູ່ໃນເຂດນີ້ ອາດມີຄົນລາວໄຕຢູ່ອາໄສກ່ອນແລ້ວ ເພາະເພິ່ນພົບຮ່ອງຮອຍຂອງຄົນເຊັ່ນ: ໄຫກະດູກ ຂຸມກອງຟອນ ໄຫເຫຼ້າ 4 ຫູສູງ 7 ສອກ (ຄົ້ນພົບຢູ່ດົງເຈົ້າເມືອງ) ສັນນິຖານວ່າແມ່ນຊົນເຜົ່າໄທບໍ່ ທີ່ຂື້ນມາຈາກຫົວພູອາກ ເມືອງນາກາຍ ແຂວງຄຳມ່ວນ ເປັນຊົນເຜົ່າໃນກຸ່ມພາສາມອນຂະແມ. ທ່ານ ມານເປິດສ໌ ຂຽນໄວ້ວ່າກ່ຽວກັບການທ່ອງທ່ຽວ ປະເທດລາວ ໂດຍສະເພາະເວົ້າເຖິງທາງເຂົ້າສູ່ແຂວງຊຽງຂວາງ “ຕຣິນນິນ”ໃນຊຸມປີ 1919-1920 ວ່າ: ເສັ້ນທາງໄປຊຽງຂວາງມີ 4 ເສັ້ນທາງຄື: ເສັ້ນທາງປາກຊັນຫາຊຽງຂວາງ ໄລຍະທາງ 225 KM ຮອດກາວລາວ ເບື້ອງຫວຽດນາມ ແມ່ນມີຄວາມລຳບາກທີ່ສຸດ ມັນມີຮ່ອມພູສູງຊັນຄົດລ້ຽວ ທຽວໄດ້ລະດູດຽວ ເລີ່ມ ຈາກກິມຈອງຫານາແປ 41KMເສັ້ນທາງສາຍນີ້ຕ້ອງໄດ້ປີນພູສູງຊຶ່ງແມ່ນ ພູແດນອານາມຈົນເຖິງນ້ຳໂຊດ ຈະມີຂົວຟູຂວ້ຳນ້ຳແລ້ວຕໍ່ໃສ່ຮ່ອມສາຍນ້ຳປົງ ຮ່ອມນ້ຳໂຊດ ເລາະຕາມຮ່ອມ ພູຮອດຮ່ອມແກ່ວເໜືອ ສູງ 800Mໄລຍະທາງ 25 KMແລະ ຈາກຮ່ອມແກ່ວເໜືອ ລົງໄປເສັ້ນທາງຈະ ຄ້ອຍລົງໄປເລື້ອຍໆ ຕາມຮ່ອມນ້ຳພາວ ໄລຍະທາງ 16 KMແຕ່ຫຼັກຊາວ ເມືອງຄຳເກີດ ຫາ ເມືອງທ່າ ແຂກ ຕາມເສັ້ນທາງຄຳເກີດ “8B” ຜ່ານນາກາຍສາຍພູອາກ ໄລຍະທາງ 169 KM.

ເມື່ອປີຄ.ສ 1910 ຟຣັ່ງ ໄດ້ເຂົ້າມາສູ່ດິນຕອນນີ້ ພວກເຂົາໄດ້ຮຽກຮ້ອງໃຫ້ຊຸມຊົນຊາວໄຕທີ່ຕັ້ງຫຼັກປັກຖານຢູ່ບ້ານທົ່ງແປ ໃນເວລວນັ້ນ ໃຫ້ໄປຊອກທີ່ສ້າງຢູ່ທຳກິນໃໝ່ຈາກນັ້ນຊາວບ້ານຈື່ງຍ້າຍມາຕັ້ງຢູ່ ບ້ານນາແປ ປະຈຸບັນ.ສ່ວນບ້ານທົ່ງແປເກົ່າຟຣັ່ງ ໄດ້ສ້າງເປັນຄ້າຍທະຫານ ສະໜາມບິນ ສ້າງເສັ້ນທາງຫຼວງຕັດຜ່ານແຕ່ເມືອງຄຳເກີດຫາຊາຍແດນຫວຽດນາມ.

·         ໄຕພວນ

ຄໍາວ່າ“ພວນ” ບໍ່ປະກົດເປັນຊື່ອື່ນ ນອກຈາກຊື່ຜູ່ເອີ້ນ (PHOUEUNE) ໃນເອກະສານຟຮັ່ງ, ຢູ່ທາງໃຕ້ພູອ້າຍລາວ ແລະ ທາງຕາເວັນອອກພູດັ່ງກ່າວດັ່ງເມືອງພູເອທີ່ມີຊື່ຄ້າຍຄຽງ ແລະ ມີເຜົ່າລາວໄຕຢູ່.

ແຕ່ຕຳນານຂຸນບໍລົມຂຽນຂື້ນໃນສະຕະວັດທີ 15 (1490) ຊື່ນີ້ໄດ້ປາກົດໃນໜັງສືກົງດິນ ເມືອງພວນແລ້ວ, ເຊິ່ງແມ່ນການບັນທຶກຊາຍແດນຊຽງດົງ-ຊຽງທອງ ກັບເມືອງພວນລະຫວ່າງທ້າວຂຸນລໍອ້າຍກົກ ແລະ ທ້າວ ເຈັດເຈືອງນ້ອງຫຼ້າ.

ຊື່ເມືອງພວນເກົ່າແກ່ກວ່າຊື່ພູເອີນ ຕາມເອກະສານຟຣັ່ງ ອ້າງອີງໃນຕຳນານຂຸນບູລົມສະບັບຄຳກອນ ເຊິ່ງຂຽນຂື້ນໃນລາຊະການເຈົ້າໄຊເສດຖາທິລາດ.

ໃນຕຳນານອຸລົງຄະທາດ ເມືອງພວນຍັງໃຫ້ຊື່ວ່າ ເປັນເມືອງພະຍາຈຸນລະນີ ພົມມະທັດ ທີ່ມີຊື່ບັນທຶກໄວ້ ໃນນິທານສ້າງພະທາດພະນົມ.

ໄຕພວນມີຊື່ຕາມກົກເຫຼົ່າຄື: ມາຈາກພວນລີ້ວ ພວກລ້ຽວ ເຂດພາກເໜືອເມືອງວຽງທອງ, ເມືອງສາມແຕ້ (ສາມແຈ), ເຊິ່ງມີຄວາມໝາຍວ່າ: ລ້ຽວລີ້ວ ຫຼື ລາວເນື່ອງຈາກວ່າຜູ້ຍິງເປຍຜົມ ເປັນລີ້ວ ຄຽນຫົວ.ຊາວພວນເຂດເມືອງແປກຍັງມີຊື່ໜຶ່ງວ່າ: “ພວນບັ້ງສົ້ມ”ເນື່ອງຈາກວ່າໃນງານແຕ່ງດອງຕ້ອງມີບັ້ງສົ້ມເຂົ້າໃນພິທີແຫ່ເຂີຍ. ສ່ວນໃຫ່ຍແລ້ວຊາວພວນເມືອງແປກນີ້ໄດ້ອົບພະຍົບມາຢູ່ທົ່ງພຽງວຽງຈັນ ແລະ ທົ່ງພຽງແຂວງບໍລິຄຳໄຊ ຫຼັງຈາກພວກລາວວຽງເຄື່ອນຍ້າຍລົງມາລ່ອງຕາມແມ່ນ້ຳຂອງ ສູ່ທົ່ງພຽງເຂດໃຕ້ ກາຍມາເປັນລາວເດີມ, ລາວຫຼົງ, ລາວອີສານ...

ຢ່າງໃດກໍ່ດີຫຼັກຖານທາງວັດທະນາທຳສ່ອງແສງໂດຍລວມ ເຖິງຄວາມເປັນໄຕພວນ ຄືສະຖາປານິກ“ສິມ”ແບບໄກ່ແມ່ຟັກກາຍເປັນອັນຍອດຍິ່ງ ຂອງສະຖາປັດຕະຍະກຳຫຼວງພະບາງກໍ່ຄື: ສິມວັດຊຽງທອງ ທີ່ທາງສະຖາປັດຕະຍະກຳມະສາດ ຍົກໃຫ້ເປັນສິນລະປະແບບພວນ-ຊຽງຂວາງແທ້ໆ.

ເຮືອນໄທພວນບ້ານຖ້ຳແກ້ວເມືອງວຽງທອງ ຍັງສືບທອດຫຼັງຄາຊົງໄກ່ແມ່ຟັກ ຢູ່ໃນປະຈຸບັນ, ສ່ວນເສົາເຮືອນແບບພວນນັ້ນ ຍັງມີໃຫ້ເຫັນເປັນຫຼັກຖານທີ່ບ້ານຖ້ຳແກ້ວ ແລະ ບ້ານອື່ນໆດັ່ງທີ່ບ້ານທ່າວຽງ  ເມືອງທ່າໂທມ ແຂວງຊຽງຂວາງ.

ໄຕພວນໄດ້ຍົກຍ້າຍມາສູ່ແຂວງບໍລິຄຳໄຊສ່ວນໃຫ່ຍໃນກາງສັດຕະວັດທີ 18 ຫາທ້າຍສັດຕະວັດທີ 19 ໂດຍອາໃສລ່ອງແມ່ນ້ຳງຽບ ແລະນ້ຳຊັນມາຕັ້ງຫຼັກແຫຼ່ງທີ່ທົ່ງພຽງບໍລິຄັນ-ປາກຊັນ ແລະ ອີກສ່ວນໜຶ່ງທີ່ຖືກໄທກວາດຕ້ອນໄປໃນສະໄໝ 1828 ຫາ 1829 ແລ້ວສົ່ງກັບຄືນມາຕັ້ງພູມລຳເນົາໃໝ່ທີ່ເຂດທົ່ງພຽງ ບໍລິຄັນ-ປາກຊັນອີກ.

·         ເຜົ່າຕູມ ແລະ ເຜົ່າຜ້ອງ

 

ເຜົ່າຕູມມີຊື່ແຕກຕ່າງກັນເຊັ່ນ:ຕູມ (ຕູ້ມ), ຜ້ອງ, ຈຳ, ແກວ, ໂຖ... ນອກຈາກຊື່ຕູມ ຫຼື ຕູ້ມແລ້ວຍັງມີຊື່ອື່ນເປັນຊື່ແຊງເຜົ່າຫວຽດ- ເມືອງໃນຫວຽດນາມ ເຊິ່ງໄດ້ຄວາມໝາຍວ່າ ຕູມຫຼື ຕູ້ມເຊັ່ນກັນ.

ສ່ວນຄຳວ່າຕູມຫຼືຕູ້ມມີພື້ນສືບທາງປະຫວັດສາດປະລຳປະລາກ່າວໄວ້ວ່າ: ທ່ານເຈົ້າກົກ ເຈົ້າເຫຼົ່າສຸລິຍາ ພົມວົງສາ ມາຈາກເມືອງເໜືອ ເຂດເມືອງຈຳປະຈຸບັນ ໄດ້ພາຊາວບ້ານຊາວເມືອງເຊື່ອງບໍ່ ຫົວແກ້ວປະເສີດທີ່ຫ້ວຍແກ້ວດ້ວຍການເອົາຫີນມາກອງເຕັງອັດປາກຖ້ຳໄວ້ບໍ່ໃຫ້ຜູ້ອື່ນຮູ້ເຫັນ, ໃນໄລຍະຟຣັ່ງຊອກຫາແຮ່ທາດມີຄ່າຢູ່ທ້ອງຖິ່ນນີ້.ດັ່ງນັ້ນຫ້ວຍແກ້ວຈຶ່ງກາຍມາເປັນເມືອງຫ້ວຍຕູມ ຫຼື ຫ້ວຍຕູ້ມ ເມືອງຈຳ.ຊາວບ້ານຊາວເມືອງ ຜູ້ຮັກສາບໍ່ແກ້ວມາໄດ້ຮອດຊູ່ມື້ນີ້ຈຶ່ງມີຊື່ວ່າໄຕຕູ້ມ ແລ້ວຜ້ຽນເປັນໄຕຕູມ ໃນເວລາຕໍ່ມາ.

ຊື່ເດີມແລະ ຊື່ກົກເຄົ້າເຫຼົ່າກໍຂອງເຂົາເຈົ້າເອີ້ນວ່າ: ຕູ້ມ, ຜ້ອງ, ໄທຈຳ, ລີຮ່າ, ແກວ, ໄທປ໋ອງ, ດານໄລ... ສ່ວນຢູ່ຫວຽດນາມເອີ້ນວ່າ: ເຜົ່າໂຖ.ເຂົາເຈົ້າມີພູມລຳເນົາດັ້ງເດີມມາແຕ່ໃດໆ ທີ່ເຂດຍອດນ້ຳ ເມືອງຄຳເກີດ, ເມືອງປາກກະດິງ, ເມືອງບໍລິຄັນ ແລະ ເມືອງວຽງທອງ ແຂວງບໍລິຄຳໄຊ.

·         ເຜົ່າຜ້ອງ

ເຜົ່າຜ້ອງຍັງມີຊື່ອື່ນໆ ແລະ ແຊງເຜົ່ານີ້: ຜ້ອງປຽດ, ຜ້ອງລານ, ຜ້ອງແພນ, ຜ້ອງເຜິ້ງ, ຜ້ອງຄະນຽງ, ຜ້ອງຊະປວນ, ຜ້ອງບໍ່ອາດ, ຜ້ອງປຸງ, ຜ້ອງຈຳ. ຊື່ຕ່າງໆເຫຼັ່ານີ້ມີລັກສະນະສະແດງເຖິງພູຖານ, ເປັນເອກະລັກທ່າແຮງດ້ານທ້ອງຖິ່ນດັ່ງ:ເຜົ່າຜ້ອງຊະປວນ ເຂດເມືອງເປິນ ຊຳນານໃນການຫຼອມເຫຼັກ ແລະ ຕີເຫຼັກທີ່ເມືອງບໍ່, ຜ້ອງແພນ ຫຼື ຜ້ອງແຜ່ນ ຊຳນານໃນການຕ່ຳທໍຜ້າແພ, ຜ້ອງປຸງ ບ້ານບວດ, ບ້ານເທີມຊຳນານໃນການຜະລິດໝໍ້ໄຫ, ຜ້ອງປຽດ ເຂດຊະໂລຍ ຫຼື ຊະເລີຍ ເຂດຊຽງເຊີຍຊຳນານໃນການຕ່ຳສາດ ມີຢູ່ 16 ບ້ານ.

ນອກຈາກເຂດແຂວງທີ່ກ່າວມານີ້ແລ້ວເຜົ່າຜ້ອງ ຍັງແຂກຍາຍຢູ່ເຂດເມືອງເລົ່າງາມ ແຂວງສາລະວັນ, ແຂວງສະຫວັນນະເຂດ ແລະແຂວງຄຳມ່ວນ ລວມພົນລະເມືອງມີ 49.059 ຄົນ ຕົກໃນລຳດັບທີ 9 ຂອງການສຳຫຼວດສະຖິຕິພົນລະເມືອງ 1985 ໂດຍບໍ່ນັບເຜົ່ຜ້ອງ ເມືອງຈຳ ເມືອງຄຳເກີດແລະ ຜ້ອງພາກເໜືອ ເຊິ່ງມີ 21.396ຄົນ.

ກຸ່ມຊົນເຜົ່ານີ້ຍັງບໍ່ມີຫຼັກຖານແນ່ນອນທາງປະຫວັດສາດແຕ່ເຂົາເຈົ້າໄດ້ຢູ່ພາກພື້ນນີ້ມາແລ້ວສະໄໝກ່ອນ ປະຫວັດສາດກ່ອນທີ່ກຸ່ມຂະແມ ແລະລາວລຸ່ມມາເຖິງ. ເຜົ່າຜ້ອງພາກເໜືອ ຍັງຄິດວ່າບັນພະບູລຸດຂອງເຂົາເຈົ້າເປັນຜູ້ສ້າງຫີນຕັ້ງ, ຫີນແຜ່ນ, ຫີນໂຕະ, ໃນວັດທະນາທຳຫີນໃຫ່ຍທີ່ແຂວງຫົວພັນ ແລະ ໄຫຫີນ ທີ່ແຂວງຊຽງຂວາງ.